This ancestral custom is not only healthy but also helps to preserve their teeth

ແມ່ ແລະ ຫມູຂອງເພີ່ນໄດ້ເລົ່າເລືີ່ອງລາວຂອງການຄຽວໝາກ, ແຕ່ກ່ອນຕອນເປັນສາວຍັງບໍ່ໄດ້ສົນໃຈເລື່ອງຄຽວໝາກເທື່ອ, ຫລັງຈາກນັ້ນອາຍຸໄດ້ພຽງ 14 ປີ ແລ້ວກໍ່ໄດ້ແຕ່ງງານແມ່ນເລີ້ມຄຽວໝາກກັບຄົນທີເຄີຍຄຽວໝາກມາກ່ອນຄຽວໄປຄຽວມາກາເລີ້ມຕິດຈົນຮອດ 75 ປີແລ້ວຕອນນີ້ ແລະ ພວກເພີ່ນຍັງໄດ້ເວົ້າວ່າຄຽວໝາກນີ້ແມ່ນມີຄຸນປະໂຫຍດຢ່າງນືງທີເຮັດໃຫ້ແຂ້ວຂອງພວກເຂົາແຂງແຮງ ແລະ ບໍ່ມີແຂ້ວແມ້ງ ພວກເພີ່ນໄດ້ອາຍຸ 75 ປີ ແຕ່ແຂ້ວຍັງດີຢູ່ເລີຍເພາະພວກເພີ່ນຄຽວໝາກນີ້ແລະ, ປະຈຸຢູ່ບ້ານ ຫລັກແປດ ແຂວງຫລວງພະບາງເດີ .

Khmu Embroidery

Passing Khmu embroidery tradition to younger generations

ການແຊວຖົງປຽດແມ່ນເອກະລັກຫນື່ງຂອງເຜົ່າກຶມຫມຸ,ຂະເຈົ້າຈະແຊວເປັນລາຍຕ່າງໆເຮັດໃຫ້ມີສີສັນຕື່ມ, ແຊວແບບນີ້ແມ່ນຕ້ອງໄດ້ຮຽນນຳແມ່ຫລືນຳຜູ້ທີເຄີຍເຮັດມາກ່ອນຈື່ງຈະໄດ້ບໍ່ໄດ້ງາຍເລີຍ ,ປະຈຸບັນມີຄົນສວນນ້ອຍທີຈະເຫັນຄົນແຊວຖົງປຽດເພາະວ່າມັນຕ້ອງເຮັດລະອຽດອອ່ນຕ້ອງໃຈເຢັນຈືີງຈະເຮັດງາມຕາມທີຕ້ອງການ.ຄົນລຸນໃຫ່ມຈະບໍ່ຄອຍສົນໃຈປານໃດແລ້ວ, ສວ່ນຫລາຍມີແຕ່ຄົນລຸນເກົ່າເຮັດໄດ້ແຕ່ບໍ່ຫລາຍ, ສະນັ້ນຢາກໃຫ້ທຸກຄົນຊ່ວຍກັນຮັກສາຄີດຄອງປະເພນີນີ້ໄວ້ຕະຫລອດໄປ

Supporting our children’s education

Donating books and school supplies

ທຸກໆປີພວກເຮົາສະໜັບສະໜູນ ໂຮງຮຽນແລະເດັກນ້ອຍໃນທ້ອງຖິ່ນຂອງພວກເຮົາດ້ວຍການບໍລິຈາກປື້ມແລະອຸປະກອນການຮຽນ. ໂຮງຮຽນປະຖົມຂອງພວກເຮົາຢູ່ບ້ານຫັລກແປດມີເດັກນ້ອຍເກືອບ 60 ຄົນແລະຄູສອນ 4 ຄົນ. ຖ້າທ່ານໃດຢາກສະໜັບສະໜູນ ການສຶກສາຂອງເດັກນ້ອຍໃນລາວທ່ານກໍ່ສາມາດຕິດຕໍ່ພວກເຮົາໄດ້ທີ

ຂໍຂອບໃຈ!

Every year we support our local school and children with the donation of books and school supplies. Our primary school in Ban Lackpaed has nearly 60 children and 4 teachers.

If you would like to support the children’s education in Laos you can donate or contact us to learn more about our projects. There are many ways you can help such as donate books, school supplies, clothes, shoes, or food. We also need volunteers, fundraisers, and sponsors. Thank you!

A day out in the rice fields

Khmu Food - Luang Prabang - Laos

ພວກເຮົາໄດ້ເຂົ້າໄປໃນປ່າເກັບຜັກຫັກຫນໍ່ມາຈາກປ່າດົງດິບເພື່ອເອົາມາປຸງແຕ່ງມັນເປັນອາຫານຕາມແບບກືມຫມຸມັກກີນປົກກະຕິດ້ວຍຄວາມມ່ວນຊື່ນກັບທຳມະຊາດ.

We had a girl’s day out in the jungle and the rice fields. We hand-picked our ingredients from the jungle and our garden and cooked them Khmu style enjoying nature.